ການຮຽນພາສາອັງກິດອອນໄລນ໌ທີ່ມີຄວາມມວ່ນຊື່ນຈາກປະເທດຟິນແລນ
ໂປເເກມຣຽນພາສາອັງກິດເເບບສາກົນ ສໍາລັບເດັກນ້ອຍອາຍຸ 3-10 ປີ!
Language Clubhouse
ໂປເເກມທີ່ໄດ້ມີການຮັບຮອງ
ໂປເເກມການຮຽນພາສາອັງກິດເປັນພາສາທີຂອງພວກສໍາລັບນັກຮຽນໜຸ່ມນ້ອຍແມ່ນໄດ້ຮັບການຮັບຮອງໂດຍ Education Alliance Finland ວ່າເປັນ ໂຄງການທີ່ມີຄຸນນະພາບການສອນສູງ. ພວກເຮົາມີຄວາມກະຕືລືລົ້ນໃນການເຮັດວຽກຂອງພວກເຮົາ ແລະ ພວກເຮົາມີຄຸນສົມບັດທີ່ເຫມາະສົມ!
ເເນວທາງການຮຽນຮູ້

ຈຸດເລີ່ມຕົ້ນຂອງພວກເຮົາແມ່ນເລີ່ມຈາກການສັງເກດເຫັນຂໍ້ດີ, ບໍ່ແມ່ນຂໍ້ບົກຜ່ອງ ຫຼື ຄວາມຫຍຸ້ງຍາກ. ການທີ່ມີການພົວພັນກັບຄົນອື່ນແມ່ນສໍາຄັນກວ່າຄວາມຕ້ອງການທີ່ຈະເຂົ້າໃຈທຸກຢ່າງ.
ການຮຽນຮູ້ແບບມີການໂຕ້ຕອບ ແລະ ຄວາມມ່ວນຊື່ນ
ບໍ່ມີກິດຈະກໍາທີ່ຫນ້າເບື່ອ ຫຼື ນັ່ງຢູ່ກັບທີ່ຕະຫຼອດເວລາ. ພວກເຮົາ ຫຼິ້ນ ແລະ ຮຽນຮູ້ ໂດຍຜ່ານປະສົບການ! ຫ້ອງຮຽນພາສາອັງກິດ Language Clubhouse ເຕັມໄປດ້ວຍຄວາມສຸກ!
ທີມງານຂອງຄູອາຈານທີ່ມີຄຸນນະພາບ ເເລະ ໄດ້ຮັບການຢັ້ງຢືນ
ກັບພວກເຮົາ English Language Clubs ແມ່ນເຕັມໄປດ້ວຍຄວາມສຸກ. ໂປເເກມການຮຽນ ການສອນ ອອນໄລນ໌ຂອງພວກເຮົາໄດ້ຮັບການຢັ້ງຢືນໂດຍ Education Alliance Finland ວ່າ ເປັນໂປເເກມທີ່ມີຄຸນນະພາບການສອນສູງໃນເດືອນມິຖຸນາ 2020. ພວກເຮົາໃຊ້ວິທີການສອນພາສາເບື້ອງຕົ້ນເຊັ່ນ: ການຫຼີ້ນເກມ, ດົນຕີ, ການຟັງເລື່ອງເລົ່າ, ການອ່ານ, ການຂຽນ, ການເຮັດວຽກເປັນກຸ່ມ ແລະ ຫັດຖະກໍາ.
Becky Luoma
ອາຈານ ປະຈໍາຢູ່ທີ່ Seinäjoki and Helsinki Club ເເລະ ອາຈານສອນອອນລາຍ
Pia Santamaria
ຫົວໜ້າ Vantaa and Espoo Club
Rezvan Zonoubi
ຜູ້ຈັດການໃນເຂດ Kuopio, ອາຈານສອນ ເເລະ ຄູຝຶກສອນອາຈານ
Nicole Chapman
ອາຈານສອນ Online Club
ພວກເຮົານໍາສະເໜີໂປເເກມການຮຽນພາສາອັງກິດ
ອອນໄລນ໌ສໍາລັບໂຮງຮຽນອະນຸບານ & ໂຮງຮຽນປະຖົມ
ພວກເຮົາຊ່ວຍສະໜັບສະໜູນການສຶກສາດ້ານພາສາ ແລະ ວັດທະນະທຳໄວເດັກທີ່ມີຄຸນນະພາບ!

ພວກເຮົາຊ່ວຍອໍານວຍຄວາມສະດວກໃນສະຖານະການການຮຽນຮູ້ທີ່ກະຕຸ້ນ ແລະ ສອດຄ່ອງກັບເປົ້າຫມາຍການຮຽນຮູ້ຂອງໄວໜຸ່ມ.

ພວກເຮົາຊ່ວຍປະຫຍັດເວລາຂອງຄູ ແລະ ໃຫ້ຄູ່ມືການຮຽນການສອນພາສາອັງກິດເປັນການສອນພາສາຕ່າງປະເທດໃນຫ້ອງຮຽນ.
ພວກເຮົາສະເຫນີໂປເເກມ Friendship School twinning ສໍາລັບໂຮງຮຽນອະນຸບານ ແລະ ໂຮງຮຽນ
ເປົ້າໝາຍຂອງພວກເຮົາກັບແນວຄວາມຄິດ Friendship School twinning ແມ່ນເພື່ອກະຕຸ້ນໃຫ້ເດັກນ້ອຍສື່ສານພາສາອັງກິດ ແລະ ສ້າງເເຮງບັນດານໃຈໃຫ້ເຂົາເຈົ້າຮຽນຮູ້ພາສາໃໝ່. ເພື່ອເພີ່ມຄວາມເຂົ້າໃຈດ້ານພາສາ ແລະ ວັດທະນະທໍາຂອງເດັກນ້ອຍ, ແລະ ສະຫນັບສະຫນູນການສຶກສາວັດທະນະທໍາ ແລະຫຼຸດຜ່ອນອະຄະຕິຕ່າງໆ.
ພວກເຮົາສະໜັບສະໜູນພໍ່ເເມ່ໂດຍການຊ່ວຍເຫຼືອ
ພວກເຮົາສະຫນັບສະຫນູນການຮຽນຮູ້ພາສາອັງກິດຂອງລູກຂອງທ່ານ, ເສີມທັກສະທາງສັງຄົມ ແລະ ວັດທະນະທໍາ ໂດຍການໃຫ້ບົດຮຽນທີ່ສ້າງສັນ ແລະ ມ່ວນຊື່ນຜ່ານໂປເເກມການຮຽນທາງອອນໄລນ໌, ແລະ ໃນ hobby clubs ຂອງພວກເຮົາເຊິ່ງມີທັງອອຟໄລ ເເລະ ອອນໄລນ໌.

ໂປເເກມອອນໄລນ໌ສໍາລັບຄົວເຮືອນ
ການຫຼິ້ນຮ່ວມກັນ ແລະ ຮຽນຮູ້ພາສາອັງກິດໃນຂະນະທີ່ມີຄວາມມ່ວນຊື່ນ! platform ຂອງພວກເຮົາສາມາດໃຊ້ໄດ້ໃນເວັບໄຊ ແລະ ສະດວກສໍາລັບມືຖື ແລະ ອຸປະກອນຕ່າງໆ. ໂປເເກມດັ່ງກ່າວໄດ້ຖືກອອກແບບ ແລະ ພັດທະນາໂດຍ ຜູ້ຊ່ຽວຊານການຮຽນຮູ້ໃນໄວເດັກ ຈາກປະເທດຟິນເເລນ ເຊິ່ງປະກອບມີ 12 ບົດຮຽນຫຼັກ, 48 ຄູ່ມືການຮຽນ ແລະ ອຸປະກອນການຮຽນຮູ້.
ຫຼັກສູດພາສາອັງກິດອອນໄລນ໌
ຫຼັກສູດສໍາລັບເດັກນ້ອຍອາຍຸ 4-10 ປີ. ຄູສອນຂອງພວກເຮົາມີຄຸນວຸດທິສູງ ແລະ ມີປະສົບການເຮັດວຽກກັບເດັກນ້ອຍ ແລະ ການສອນພາສາອັງກິດເປັນພາສາຕ່າງປະເທດ. ເດັກນ້ອຍຮຽນອອນໄລນ໌ເປັນກຸ່ມນ້ອຍໆ ແລະ ສາມາດສ້າງໝູ່ໃໝ່ໃນເວລາດຽວກັນຈາກທົ່ວໂລກ.
ທ່ານສາມາດ ເຂົ້າໄປເບິ່ງຫ້ອງຮຽນອອນໄລນ໌ຂອງພວກເຮົາໄດ້
"ເນື້ອໃນຂອງຫຼັກສູດແມ່ນມີຄວາມເຫມາະສົມ. Aleksi ມີຄວາມສຸກກັບຫ້ອງຮຽນຫຼາຍ!" - ແມ່ຂອງເດັກນ້ອຍ 5 ປີ
ການຮຽນພາສາອັງກິດແບບອອຟໄລນ໌
"Christina ເວົ້າອອກສຽງໄດ້ຈະເເຈ້ງຂື້ນກວ່າເກົ່າ ແລະ ສາມາດນໍາໃຊ້ຄໍາເວົ້າທີ່ເໝາະສົມສໍາລັບການສົນທະນາພື້ນຖານ." - Mirja, ແມ່ຂອງເດັກຍິງອາຍຸ 4 ປີ, Helsinki English club
ທ່ານສາມາດລົງທະບຽນ ການທົດລອງຮຽນອອນໄລນ໌ ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ!
ຫ້ອງຮຽນຂອງພວກເຮົາມີທັງ ອອນໄລນ໌ ແລະ ອອຟໄລນ໌ - ທ່ານສາມາດເລືອກຮູບແບບທີ່ເຫມາະສົມຫຼັງຈາກການລົງທະບຽນເຂົ້າຮ່ວມການທົດລອງຫ້ອງຮຽນອອນໄລນ໌ຂອງພວກເຮົາໄດ້ຟຣີ!


Email
ເບີໂທຕິດຕໍ່
ຊື່ ເເລະ ນາມສະກຸນ
ເລືອກມື້ ແລະ ເວລາຂອງຫ້ອງຮຽນອອນໄລນ໌ຟຣີ ຂອງທ່ານ (ທ່ານຈະສາມາດເລີ່ມຕົ້ນອອຟໄລໄດ້ເລີຍຖ້າທ່ານຕ້ອງການ)
ທ່ານສົນໃຈຫ້ອງຮຽນຮູບແບບໃດຫຼັງຈາກການທົດລອງຮຽນຟຣີ?

ໂດຍການຕື່ມແບບຟອມ, ທ່ານຕົກລົງເຫັນດີກັບນະໂຍບາຍຄວາມເປັນສ່ວນຕົວ ( Privacy Policy) ຂອງພວກເຮົາ
ໂຄງສ້າງບົດຮຽນພາສາອັງກິດຂອງພວກເຮົາ
Language Clubhouse ຂອງພວກເຮົາໄດ້ຮັບການຍັ້ງຢືນຄຸນນະພາບການສອນລະດັບສູງຈາກ Education Alliance Finland
1
ຍິນດີຕ້ອນຮັບ ແລະ ການທັກທາຍ

2
ການອອກກໍາລັງກາຍ ແລະ ກິດຈະກໍາ/ເກມ
3
ການແນະນຳຄຳສັບໃໝ່
4
ກິດຈະກໍາທາງສັງຄົມ: ການຮ້ອງເພງ, ການຫຼີ້ນເກມ ຫຼື ການເລົ່າເລື່ອງ
5
ກິດຈະກໍາສ່ວນບຸກຄົນ: ການຂຽນ, ການອ່ານ, ຫຼື ເວລາຫັດຖະກໍາ
6
ປິດທ້າຍ: ເພງ ຫຼື ເກມ

ການຮຽນຮູ້ທີ່ມີຄວາມສຸກ
"ລູກສາວຂອງຂ້ອຍກັບບ້ານມາຈາກການຮຽນທີ່ສະໂມສອນທຸກຄັ້ງຈະມີຮອຍຍິ້ມຂະຫນາດໃຫຍ່ ແລະ ຮູ້ສຶກດີໃຈທີ່ນາງໄດ້ຮຽນຮູ້. ຂ້ອຍຄິດວ່າ: ນີ້ແມ່ນການເລີ່ມຕົ້ນທີ່ດີຂອງການຮຽນຮູ້ພາສາອັງກິດ."
ການຮຽນຮູ້ທີ່ມ່ວນຊື່ນ ແລະ ມີການເຄື່ອນໄຫວ
"ເປັນການຮຽນ, ການອອກກໍາລັງກາຍ, ການຫຼິ້ນ ແລະ ເກມທີ່ເຫມາະສົມກັບລະດັບອາຍຸຂອງເດັກນ້ອຍ."
ກະຕຸ້ນໃຫ້ມີການຮຽນຮູ້ເພີ່ມເຕີມ
"ຫຼັງຈາກລູກຊາຍຂອງຂ້ອຍຮຽນທີ່ສະໂມສອນ ລາວຖາມວ່າ ທຸກຢ່າງແມ່ນຫຍັງເປັນພາສາອັງກິດ, ລາວມີແຮງຈູງໃຈທີ່ຈະຮຽນຮູ້ຫຼາຍຂື້ນ."
22 ຄໍາຕອບເເບບສອບຖາມ
ເຫັນວ່າ: ພໍ່ແມ່ມີຄວາມສຸກກັບການເຮັດວຽກຂອງພວກເຮົາ
ທ່ານ ແລະ ລູກຂອງທ່ານພໍໃຈຫຼາຍປານໃດກັບສະໂມສອນ Language Clubhouse Summer 2021?
"Summer club ແມ່ນມ່ວນຫຼາຍ. ລູກສາວຂອງຂ້ອຍດີໃຈຫຼາຍສໍາລັບທຸກສິ່ງທຸກຢ່າງທີ່ນາງໄດ້ຮຽນຮູ້. ຂ້ອຍຄິດວ່າ ນີ້ແມ່ນການເລີ່ມຕົ້ນທີ່ດີສໍາລັບການຮຽນຮູ້ພາສາອັງກິດ. ຂອບໃຈ Becky!"
Laura, ແມ່ຂອງເດັກຍິງອາຍຸ 6 ປີ, Seinäjoki English club
Becky Luoma
Founder ເເລະ CEO
ພວກເຮົາຄືຊຸມຊົນການຮຽນຮູ້

ເດັກນ້ອຍຢູ່ໃນສະໂມສອນໄດ້ຮັບຄວາມຄຸ້ນເຄີຍກັບສະມາຊິກໃນສະໂມສອນອື່ນໆ, ຫົວຫນ້າສະໂມສອນ ແລະ ໄດ້ຮັບຄວາມສໍາພັນ ແລະມິດຕະພາບໃຫມ່ໆ ໃນສະພາບແວດລ້ອມທີ່ປອດໄພ. ຈຸດປະສົງຂອງພວກເຮົາແມ່ນເພື່ອສ້າງຮູບພາບໃນທາງບວກຂອງພາສາ ແລະ ວັດທະນະທໍາທີ່ແຕກຕ່າງກັນ ແລະ ແນະນໍາເພື່ອເພີ່ມທະວີການມີສ່ວນຮ່ວມໃນຂະນະທີ່ຮຽນພາສາອັງກິດ.

ສະໂມສອນຂອງພວກເຮົາເນັ້ນໃສ່ການເສີມສ້າງຄວາມສາມັກຄີ ແລະເພີ່ມຄວາມເຂົ້າໃຈທາງດ້ານພາສາ ແລະວັດທະນະທໍາ, ໃນຂະນະທີ່ສະໜັບສະໜູນການເວົ້າຫຼາຍພາສາ ແລະການຂະຫຍາຍຕົວຂອງພາສາທີ່ແຕກຕ່າງກັນ.

ພວກເຮົາພະຍາຍາມທີ່ຈະສ້າງສະພາບເເວດລ້ອມໃນທາງບວກ ແລະ ບັນຍາກາດທີ່ອົບອຸ່ນສໍາລັບທຸກຄົນ. ພວກເຮົາຍັງໄດ້ມີການຮ່ວມມືຢ່າງໃກ້ຊິດກັບຄອບຄົວຂອງເດັກນ້ອຍ ແລະ ເຊື້ອເຊີນຄອບຄົວໄປຢ້ຽມຢາມ ແລະ ເຂົ້າຮ່ວມກິດຈະກໍາຂອງສະໂມສອນເປັນປະຈໍາເມື່ອເຫມາະສົມກັບພວກເຂົາ.

ຄໍາຖາມທີ່ຖາມມາເລື້ອຍໆ
ເດັກນ້ອຍອາຍຸ 4 ປີເລີ່ມຮຽນພາສາອັງກິດບໍ່ໄວເກີນໄປບໍ?
ຂໍ້ດີຂອງການຮຽນຮູ້ພາສາເພີ່ມເຕີມໃນຕອນຕົ້ນໆກ່ອນທີ່ເດັກນ້ອຍຈະຮອດໄວຜູ້ໃຫຍ່ ແມ່ນເດັກນ້ອຍຈະໄດ້ຮຽນຮູ້ການອອກສຽງ ແລະ ເວົ້າໄດ້ຄ່ອງແຄ້ວຫຼາຍຂຶ້ນ ເພາະເຂົາເຈົ້າຈະບໍ່ມີຄວາມກັງວົນວ່າ ເຂົາເຈົ້າອອກສຽງແນວໃດ ຫຼື ໄວຍະກອນຂອງເຂົາເຈົ້າຕ້ອງມີຄວາມສົມບູນແບບ.

ນອກຈາກນັ້ນ, ການຮຽນຮູ້ພາສາແມ່ນການຮຽນຮູ້ວັດທະນະທໍາ, ແລະ ດ້ວຍທ່າອ່ຽງຂອງໂລກາພິວັດໃນປະຈຸບັນ, ທັກສະເຫຼົ່ານີ້ກາຍເປັນຄວາມຕ້ອງການຫຼາຍກວ່າເກົ່າ.

ເດັກນ້ອຍທີ່ມີໂອກາດທີ່ຈະຮຽນພາສາທີສອງໃນຂະນະທີ່ພວກເຂົາຍັງອາຍຸນ້ອຍ ຈະສາມາດໃຊ້ກົນລະຍຸດການຮຽນຮູ້ດ້ານພາສາໃນຕະຫຼອດຊ່ວງຊີວິດຂອງເຂົາເຈົ້າເມື່ອຮຽນພາສາອື່ນ.



ຂ້ອຍສາມາດຊື້ເເພກເກດສະໂມສອນໄດ້ແນວໃດ?
ກະລຸນາ, ສົ່ງແບບຟອມ, ເເລ້ວພວກເຮົາຈະຕິດຕໍ່ໄປຫາທ່ານ ແລະ ສົ່ງລິ້ງການເຊື່ອມຕໍ່ການຈ່າຍເງິນອອນໄລນ໌.
ຄວນຈ່າຍໃນຫນຶ່ງງວດສໍາລັບຄວາມຍາວຂອງສະໂມສອນທັງຫມົດ ຫຼື ບໍ່?
ແມ່ນແລ້ວ, ພວກເຮົາບໍ່ຮັບການຈ່າຍເງິນຕໍ່ຫ້ອງຮຽນ. ຢ່າງໃດກໍຕາມ, ທ່ານສາມາດຈ່າຍຕໍ່ອາທິດສໍາລັບຫຼັກສູດລະດູຮ້ອນຂອງພວກເຮົາ.
ຄູຂອງເຈົ້າມີຄຸນສົມບັດທີ່ພຽງພໍ ຫຼື ບໍ່?
ແມ່ນແລ້ວ, ເຂົາເຈົ້າໄດ້ຮັບການຢັ້ງຢືນທັງໝົດໂດຍ Education Alliance Finland.
ຈຳນວນເດັກນ້ອຍສູງສຸດໃນກຸ່ມແມ່ນມີທັງໝົດຈັກຄົນ?
ຈໍານວນສູງສຸດຂອງເດັກນ້ອຍໃນກຸ່ມແມ່ນ 8 ຄົນ; ຕໍາ່ສຸດທີ່ແມ່ນ 6 ຄົນ
ຖ້າລົງທະບຽນຊ້າ, ລູກຂອງຂ້ອຍຍັງສາມາດເຂົ້າຮ່ວມສະໂມສອນໄດ້ ຫຼື ບໍ່?
ຍັງສາມາດເຂົ້າຮຽນໄດ້, ແຕ່ໃນກໍລະນີທີ່ມີເດັກນ້ອຍໜ້ອຍກວ່າ 8 ຄົນຢູ່ໃນສະໂມສອນເທົ່ານັ້ນ.
ສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່
ອານຸວັດ ພົມມະຈັນ
ຜຸ້ອໍານວຍການໂຮງຮຽນເມທານີ ເເລະ ຕົວເເທນຈໍາໜ່າຍ Language Clubhouse Laos
Whatapps: +85620 28022228
Email: maythany.clubhouse@gmail.com
ສຸພາພອນ ສຸດາຈັນ
ຜຸ້ຕາງໜ້າ ເເລະ ຕົວເເທນຈໍາໜ່າຍ Language Clubhouse Laos
Whatapps: +43 6603998848
Email: maythany.clubhouse@gmail.com
ພວກເຮົາຍິນດີທີ່ຈະຕອບຄຳຖາມຂອງທ່ານ
Louhelantie 5
60420 Seinäjoki